ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຜູ້ນຳຣັດເຊຍ ຢຶດໝັ້ນປະຕິບັດຕາມຫຼັກການ ບໍ່ອະນຸຍາດໃຫ້ກໍ່ສົງຄາມນິວເຄລຍ


      ຕາມຂ່າວສານຊິນຮວາ ລາຍງານ ວັນທີ 13 ສິງຫາ ນີ້ ວ່າ: ຫວ່າງມໍ່ໆມານີ້, ກະຊວງການຕ່າງປະເທດ ຣັດເຊຍ ໄດ້ເຜີຍແຜ່ແຈ້ງການຕໍ່ສື່ມວນຊົນ
ວ່າດ້ວຍ “ເນື້ອໃນທີ່ກ່ຽວຂ້ອງກັບຂໍ້ຕົກລົງທີ່ລູກສອນໄຟນິວເຄລຍ ທາງ ຍຸດທະສາດຂອງ ຣັດເຊຍ, ອັງກິດ ແລະ ອາເມຣິກາ ຈະບໍ່ເລັງໃສ່ກັນ”. ແຈ້ງ
ການລະບຸວ່າ: ພາຍໃຕ້ສະພາບການທີ່ສະຖານະການຄວາມໝັ້ນຄົງສາກົນ ແລະ ສະຖຽນລະພາບທາງຍຸດທະສາດຊຸດໂຊມລົງ, ການອະທິບາຍແບບ
ເປີດເຜີຍກ່ຽວກັບບັນຫາທີ່ກ່ຽວຂ້ອງກັບຂໍ້ຕົກລົງທີ່ ລູກສອນໄຟນິວເຄລຍ ທາງຍຸດທະສາດຂອງ ຣັດເຊຍ, ອັງກິດ ແລະ ອາເມຣິກາ ຈະບໍ່ເລັງໃສ່ກັນ
ທີ່ 3 ປະເທດ ເລີ່ມປະຕິບັດແຕ່ຕົ້ນຊຸມປີ 1990 ເປັນຕົ້ນມາໄດ້ຟື້ນຟູຄືນຢ່າງຈະແຈ້ງໃນໄລຍະມໍ່ໆມານີ້.

     ມີບາງຄົນຮຽກຮ້ອງໃຫ້ຍົກເລີກຂໍ້ຕົກລົງ ແລະ ສັນຍາທີ່ກ່ຽວຂ້ອງທີ່ພົວພັນເຖິງ ຣັດເຊຍ ແລະ “ ເລີ່ມ ປະຕິບັດກົນໄກນາບຂູ່ດ້ານ ນິວເຄລຍ” ເພື່ອ
ເລັງລູກສອນໄຟນຳວິຖີ ຣັດເຊຍ ໃສ່ ອາເມຣິກາ ແລະ ອັງກິດ.

     ແຈ້ງການລະບຸຕື່ມວ່າ: ການຮັບປະກັນການນາບຂູ່ທີ່ແຝງຊ້ອນຢູ່ ແລະ ເຮັດໃຫ້ເຂົາບໍ່ກ້າຮຸກຮານສະຫະພັນ ຣັດເຊຍ ພ້ອມດ້ວຍປະເທດພັນທະມິດ
ແມ່ນໜຶ່ງໃນບຸລິມະສິດສູງສຸດຂອງ ຣັດເຊຍ. ໃນຂະນະດຽວກັນ, ຜູ້ນຳ ຣັດເຊຍ ໄດ້ປະຕິບັດຕາມຫຼັກການບໍ່ອະນຸນາດໃຫ້ກໍ່ສົງຄາມນິວເຄລຍຢ່າງເດັດຂາດ.

     ຝ່າຍ ຣັດເຊຍ ເຫັນວ່າ, ສົງຄາມ ນິວເຄລຍ ຈະບໍ່ມີຝ່າຍໃດຊະນະ ແລະ ຈະກໍ່ສົງຄາມແບບນີ້ບໍ່ໄດ້ເດັດຂາດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 15/08/2023